วันเสาร์ที่ 10 มกราคม พ.ศ. 2558

ຊື່ຜູ້ນຳການປະຕິວັດລາວ 16 ທ່ານ ທີ່ເຂົ້າຄຸກ ໂພນເຄັງ

ວັນທີ 14/05/1958 ໄດ້ມີການເລືອກຕັ້ງຜູ້ແທນລາດດອນເພີ່ມເຕີມ-ຝາຍ ແນວລາວຮັກ ຊາດ ແລະ ສັນຕິພາບເປັນກາງ ໄດ້ 13 ທີ່ນັ່ງ ໃນຈຳນວນ 21 ທີ່ນັ່ງ. ວັນທີ 18 ກໍລະກົດ 1959 ພວກຜຸຍ ສະນະນິກອນ ໄດ້ອອກຄຳສັງ ໃຫ້ດຳເນີນການຈັບກຸມ ຄຸມຂັງ ບັນດາຜູ້ນຳ ຂອງພັກ ແລະ ແນວລາວຮັກຊາດ 16 ທ່ານ ຄື: 
1. ທ່ານ ສຸພານຸວົງ.
2. ທ່ານ ໜູຮັກ ພູມສະຫວັນ.
ທ່ານ ພູມີ ວົງວິຈິດ.
ທ່ານ ພູນ ສີປະເສີດ.
ທ່ານ ສີ ທົນ ກົມມະດຳ.
ທ່ານ ສິງກະໂປ ສີໂຄດຈຸນລະມະນີ.
ທ່ານ ໝື່ນ ສົມວິຈິດ.
ທ່ານ ສີຊະນະ ສີສານ.
ທ່ານ ມາ ໄຂຄຳພິທູນ.
10 ທ່ານ ຄຳຜາຍ ບຸບຜາ.
11 ທ່ານ ບົວສີ ຈະເລີນສຸກ.
12 ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ.
13 ທ່ານ ເພົ້າ ພິມພະຈັນ.
14 ທ່ານ ຄຳເພັດ ພົມມະວັນ.
15 ທ່ານ ພູເຂົາ.
16 ທ່ານ ມານະ ວົງອີສານ. 

วันศุกร์ที่ 9 มกราคม พ.ศ. 2558

ເນື້ອໃນລວມຂອງສານລຶບພະສູນ

ບັ້ນບັງລະຫັດ
    ບັ້ນບັງລະຫັດ: ແມ່ນເວົ້າເຖິງນ້ຳໃຈຮັກຊາດ ຄຽດແຄ້ນສັດຕູຂອງນັກແຕ່ງ ເມື່ອເຫັນປະເທດຊາດເສຍເອກະລາດຈິ່ງຮີບຊອກຫາວິທີແກ້ໄຂ, ທັງຊີ້ບອກໃຫ້ເຫັນສາເຫດທີ່ພາໃຫ້ມີຄວາມຄຽດແຄ້ນເພາະປະເທດຊາດຖືກຮຸກຮານຈາກພວກສັກດີນາສະຫຍາມຈິ່ງຕັດສິນໃຈຕໍ່ສູ້ເພື່ອກອບກູ້ເອົາເອກະລາດຄືນມາ.
ບັ້ນສົມທີ່ຄິດ
    ບັ້ນສົມທີ່ຄິດ:  ແມ່ນຊີ້ບອກໃຫ້ເຫັນຄວາມນຶກຄິດ ແລະ ຄວາມເປັນຫ່ວງເປັນໄຍນຳພໍ່ແມ່ປະຊາຊົນທຸກຄົນ ກໍ່ຄືວຽກງານຕໍ່ສູ້ດ້ວຍກຳລັງອາວຸດຈຶ່ງຈະໄດ້ຮັບໄຊຊະນະ  ຫາກວ່າມີການຈຳເປັນອາດຈະອາໃສການຮ່ວມມືກັບສາກົນ.
ບັ້ນສຸດທີ່ອ່າວ
   ບັ້ນສຸດທີ່ອ່າວ:  ແມ່ນເວົ້າເຖິງຄວາມເດັດດ່ຽວໜຽວແໜ້ນຍອມເສຍສະຫຼະຊີວິດ ໃນການຕໍ່ສູ້ກູ້ຊາດຂອງນັກແຕ່ງ, ຜ່ານການຄົ້ນຄິດມານານນັກແຕ່ງໄດ້ຢືນຢັນນ້ຳໃຈຮັກຊາດ, ຫຼັກໝັ້ນ ແລະ ຄວາມຕັດສິນໃຈຂອງຕົນ ຈົນເຮັດໃຫ້ນັກແຕ່ງມີອາການຮ້ອນຮົນກະວົນກະວາຍກິນບໍ່ແຊບນອນບໍ່ຫຼັບ  ເໝືອນດັ່ງຄົນປ່ວຍໄຂ້.